ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດແຕ່ງຕັ້ງ ຮອງປະທານສານທະຫານພາກໃຕ້


     ພິທີປະກາດແຕ່ງຕັ້ງ ຮອງປະທານສານທະຫານພາກໃຕ້ ໄດ້ຈັດຂື້ນໃນວັນທີ 16 ຕຸລາ 2023 ນີ້, ໂດຍການເຂົ້າຮ່ວມເປັນປະທານຂອງສະ
ຫາຍ ພົນຕີ ວໍລະສານ ວິລັດດາວົງ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະ
ຫາຍ ພັນເອກ ຈັນທະວິໄຊ ນາມມະວົງສາ ປະທານສານທະຫານພາກໃຕ້, ມີກົມພະນັກງານ, ສານທະຫານຂັ້ນສູງ, ຄະນະພັກ-ຄະນະບັນຊາ,
ແຂກຖືກເຊີນຈາກກຳລັງຫຼວງ, ກຳລັງທ້ອງຖີ່ນ, ສານປະຊາຊົນແຂວງ, ສານປະຊາຊົນພາກໃຕ້ ແລະ ພະນັກງານ-ນັກຮົບໃນອົງການ ເຂົ້າຮ່ວມ.

     ສະຫາຍ ພັນເອກ ຄຳເອ້ຍ ສຸກແສງເໜືອ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງຂອງ ກະຊວງປ້ອງ
ກັນປະເທດ ສະບັບເລກທີ 4517/ກປທ. ລົງວັນທີ 29 ສີງຫາ 2023 ວ່າດ້ວຍການແຕ່ງຕັ້ງ ຮອງປະທານສານທະຫານພາກໃຕ້ ຂອງກົມ
ໃຫຍ່ການເມືອງກອງທັບ, ອີງຕາມ ກົດໝາຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ພາກທີ II ໝວດທີ 4 ມາດຕາ 26 ວ່າ
ດ້ວຍການແຕ່ງຕັ້ງ-ຍົກຍ້າຍນາຍທະຫານ, ອີງຕາມ ທິດທາງກ່ຽວກັບການປັບປຸງບູລະນະກົງຈັກການຈັດຕັ້ງນຳພາ-ບັນຊາ ໃນກຳລັງປະກອບອາ
ວຸດໃຫ້ເຂັ້ມແຂງ, ໜັກແໜ້ນ, ຮອບດ້ານ ເພື່ອເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ. ໃນນີ້ກະຊວງປ້ອງກັນປະເທດ
ຕົກລົງແຕ່ຕັ້ງ ສະຫາຍ ພັນໂທ ສອນໄຊ ດວງຄຳເພັດ ເປັນຮອງ ປະທານສານທະຫານພາກໃຕ້.

     ໂອກາດນີ້, ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ກໍໄດ້ມີຄຳເຫັນໂອ້ລົມຫຼາຍບັນຫາທີ່ສຳຄັນ ພ້ອມທັງເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່
ຕ້ອງເອົາໃຈໃສ່ສືກສາອົບຮົມດ້ານການເມືອງ-ແນວຄິດ ໃຫ້ພະນັກງານ, ສະມາຊິກພັກ, ຜູ້ພິພາກສາ ແລະ ວິຊາການຂອງສານທະຫານພາກໃຕ້
ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຈັນຍາບັນ, ຈັນຍາທຳ ໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງ
ຕົນ ໃຫ້ມີຜົນສຳເລັດ. ໂດຍສະເພາະແມ່ນການຕັດສິນຄະດີຕ້ອງໃຫ້ມີຄວາມໂປ່ງໃສ, ຍຸຕິທຳ ແລະ ຖືກຕ້ອງຕາມກົດໝາຍ, ສືບຕໍ່ປັບປຸງລະບົບ
ການຈັດຕັ້ງໃຫ້ໜັກແໜ້ນ, ເຂັ້ມແຂງ, ເອົາໃຈໃສ່ຊັບຊ້ອນພະນັກງານ, ບຸກຄະລາກອນ ໃຫ້ຖືກຕ້ອງແທດເໝາະກັບຄວາມຮູ້, ຄວາມສາມາດ
ຂອງໜ້າທີ່ວຽກງານ, ມີຄວາມສາມັກຄີເປັນເອກະພາບພາຍໃນໃຫ້ແໜ້ນແຟ້ນ, ປະຕິບັດຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະ
ນະ ແບ່ງວຽກໃຫ້ບຸກຄົນຮັບຜິດຊອບ, ສືບຕໍ່ແກ້ໄຂຄະດີໃຫ້ມີຄວາມຍຸຕິທຳ ແລະ ໂປ່ງໃສ, ພ້ອມດຽວກັນນັ້ນ ກໍ່ຕ້ອງເອົາໃສ່ວຽກງານຮັບປະກັນ
ແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ໃນອົງການ ໂດຍຖືເອົາວຽກງານການປູກ-ການລ້ຽງ ເປັນສຳຄັນ, ເພື່ອສ້າງໃຫ້ອົງການມີຄວາມ
ໜັກແໜ້ນ, ເຂັ້ມແຂງ ແລະ ມີໃບໜ້າອັນໃໝ່ດີຂື້ນເປັນກ້າວໆ.

ແຫຼ່ງຂ່າວໂດຍ ດາວົງ ບຸດຕະວົງ
ວັນທີ 17/10/2023